Terms and Conditions

English

ການບໍລິການໂອນເງິນ SM ຂອງ ເວດສເທິນຢູນຽນ® ແມ່ນສະໜອງໃຫ້ພາຍໃຕ້ຂໍ້ກຳນົດ ແລະ ເງື່ອນໄຂດັ່ງຕໍ່ໄປນີ້

ທຸລະກຳ ໂອນເງິນຂອງ ເວດສເທິນຢູນຽນ® ສາມາດສົ່ງ ແລະ ຮັບເອົາຢູ່ສະຖານທີ່ຕົວແທນຂອງເວດສເທິນຢູນຽນໃນທົ່ວໂລກ.  ບັນດາລູກຄ້າສາມາດໂທລະສັບຫາໝາຍເລກຕາມລາຍການຂ້າງລຸ່ມນີ້ ສຳລັບທີ່ຢູ່ ແລະ ຊົ່ວໂມງຂອງສະຖານທີ່ໄກ້ຄຽງ.  ບາງສະຖານທີ່ແມ່ນເປີດບໍລິການ 24 ຊົ່ວໂມງ.

ການໂອນເງິນປົກກະຕິ ຕາມທຳມະດາຜູ້ຮັບຈະສາມາດໄດ້ຮັບເງິນພາຍໃນສອງສາມນາທີ, ຂຶ້ນຢູ່ກັບເວລາເຮັດວຽກຂອງສະຖານທີ່ ຂອງຕົວແທນເວດສເທິນຢູນຽນທີ່ຮັບ (“ຕົວແທນ”).  ເຄິ່ງມື້ຂອງມື້ຖັດໄປ ແລະ ການບໍລິການໂອນເງິນທີ່ຂຶ້ນກັບບັນຊີ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕໍ່ບັນດາປະເທດທີ່ຖືກຈຳກັດ.  ເງິນທີ່ສົ່ງໂດຍນຳໃຊ້ ການບໍລິການໂອນເງິນແບບໂອນໃນເຄິ່ງມື້ຖັດໄປ ຈະສາມາດຮັບເອົາເງິນໄດ້ພາຍໃນ 24 ແລະ 48 ຊົ່ວໂມງ ຕາມລຳດັບ.  ໂດຍທົ່ວໄປການໂອນໃສ່ບັນຊີເງິນຝາກ ຈະໃຊ້ເວລາ​ເຖິງ 5 ວັນລັດຖະການ, ເຖິງແມ່ນວ່າການໂອນໃສ່ກະເປົາເງິນເຄື່ອນທີ່ສາມາດໄດ້ຮັບພາຍໃນສອງສາມນາທີ.  ຂີດຈຳກັດຂອງຈຳນວນເງິນເກີນ, ຂໍ້ໍຈຳກັດທາງດ້ານຫຼັກການ ຫຼື ຂໍ້ຈຳກັດອື່ນໆໃນບາງປະເທດອາດເຮັດໃຫ້ທຸລະກຳຫຼ້າຊ້າ.  ເວດສເທິນຢູນຽນ ບໍ່ກະທຳການໃນຖານະເປັນຕົວແທນ ຫຼື ຜູ້ຕາງໜ້າຂອງທະນາຄານໃດໜຶ່ງ ສຳລັບຈຸດປະສົງໃດໜຶ່ງ ແລະ ຈະບໍ່ຮັບເອົາເງິນຝາກໃນນາມຂອງທະນາຄານໃດໜຶ່ງ.  ລາຍລະອຽດ ໃຫ້ໂທຫາໝາຍເລກຂ້າງລຸ່ມນີ້.

ຕາມທຳມະດາ ການໂອນເງິນຈະຖືກຈ່າຍເປັນເງິນສົດ, ແຕ່ບາງຕົວແທນອາດຈ່າຍເປັນແຊັກ ຫຼື ຈ່າຍທັງເງິນສົດ ແລະ ແຊັກ ປະປົນກັນ ຫຼື ອາດສະເໜີໃຫ້ ຫຼື ຜູ້ຮັບອາດເລືອກເອົາວິທີອື່ນເພື່ອຮັບເອົາເງິນທຶນ ແລະ ການໂອນເງິນຈຳນວນໜຶ່ງ ອາດຖືກຈ່າຍເຂົ້າໃນບັນຊີທະນາຄານ.  ການຈ່າຍເປັນເງິນສົດແມ່ນຂຶ້ນຢູ່ກັບຄວາມພ້ອມ, ບັນດາຜູ້ຮັບທີ່ສະແດງຫຼັກຖານທາງດ້ານເອກະສານ ກ່ຽວກັບເອກະລັກຂອງຕົນ ແລະ ໃຫ້ລາຍລະອຽດທັງໝົດກ່ຽວກັບການໂອນເງິນທີ່ເວດສເທິນຢູນຽນຕ້ອງການ, ລວມທັງຊື່ຂອງຜູ້ສົ່ງ ແລະ ຊື່ຂອງຜູ້ຮັບ, ປະເທດຕົ້ນທາງ, ຈຳນວນທີ່ເໝາະສົມ, MTCN ແລະ ເງື່ອນໄຂອື່ນ ຫຼື ເງື່ອນໄຂທີ່ຈຳເປັນອື່ນໆທີ່ເໝາະສົມຢູ່ສະຖານທີ່ຂອງຕົວແທນ.  ຜູ້ສົ່ງອະນຸຍາດໃຫ້ເວດສເທິນຢູນຽນນັບຖືທາງເລືອກຂອງຜູ້ຮັບກ່ຽວກັບວິທີຮັບເອົາເງິນທຶນ ເຖິງແມ່ນວ່າມັນຈະແຕກຕ່າງຈາກວິທີຂອງຜູ້ສົ່ງ.  ການໂອນເງິນສົດຈະຕ້ອງຈ່າຍໃຫ້ບຸກຄົນທີ່ບັນດາຕົວແທນເຫັນວ່າມີສິດຮັບເອົາການໂອນ ພາຍຫຼັງການພິສູດເອກະລັກເຊິ່ງສ່ວນໃຫຍ່ແມ່ນຜ່ານການກວດກາເອກະສານຫຼັກຖານ. ການຈ່າຍເງິນດັ່ງກ່າວ ແມ່ນສາມາດເຮັດໄດ້ ເຖິງວ່າແບບຟອມທີ່ປະກອບໂດຍຜູ້ຮັບ ຈະມີຄວາມຜິດພາດເລັກນ້ອຍກໍ່ຕາມ.  ບໍ່ວ່າ ເວດສເທິນຢູນຽນ ຫຼື ຕົວແທນຂອງຕົນແມ່ນຈະດຳເນີນການສົມທຽບ ແບບຟອມ “ການສົ່ງເງິນ” ຕໍ່ກັບ ແບບຟອມ “ການຮັບເງິນ” ເພື່ອກວດສອບຄວາມຖືກຕ້ອງຂອງທີ່ຢູ່ທີ່ຜູ້ຮັບສະໜອງໃຫ້. ຢູ່ບາງບ່ອນຜູ້ຮັບອາດຖືກກຳນົດໃຫ້ສະແດງຫຼັກຖານ, ຄຳຕອບຕໍ່ຄຳຖາມທົດສອບ ຫຼື ທັງສອງເພື່ອໃຫ້ໄດ້ຮັບເງິນທຶນເປັນເງິນສົດ.  ຄຳຖາມທົດສອບແມ່ນບໍ່ມີລັກສະນະທີ່ມີຄວາມປອດໄພເພີ່ມເຕີມ ແລະ ບໍ່ສາມາດຖືກນຳໃຊ້ຕາມເວລາ ຫຼື ເຮັດໃຫ້ການຈ່າຍທຸລະກຳ ຫຼ້າຊ້າ ແລະ ຖືກຫ້າມໃນບາງປະເທດ.

ກົດໝາຍທີ່ບັງຄັບໃຊ້ ຫ້າມການໂອນເງິນຈາກການເຮັດທຸລະກິດກັບບັນດາບຸກຄົນ ແລະ ປະເທດຈຳນວນໜຶ່ງ.  ເວດສເທິນຢູນຽນ ຖືກກຳນົດໃຫ້ຄັດຈ້ອນທຸລະກຳທັງໝົດຕໍ່ກັບລາຍຊື່ທີ່ສະໜອງໃຫ້ໂດຍລັດຖະບານຂອງປະເທດທີ່ພວກຂ້າພະເຈົ້າເຮັດທຸລະກິດ, ລວມທັງ ຫ້ອງການຄວບຄຸມຊັບສິນຕ່າງປະເທດ ຂອງ ກົມຄັງເງິນຂອງສະຫະລັດ (OFAC) ແລະ ສະຫະພັນເອີຣົບ.  ຖ້າວ່າ ຂໍ້​ມູນ​ກົງກັນ​ຕາມ​ທີ່ໄດ້ຖືກລະບຸໄວ້, ເວດສເທິນຢູນຽນ ຄົ້ນຄວ້າເບິ່ງທຸລະກຳເພື່ອຕັດສິນໃຈວ່າຊື່ທີ່ກົງ​ກັນ​ນັ້ນແມ່ນບຸກຄົນທີ່ຢູ່ໃນລາຍຊື່ທີ່ກ່ຽວຂ້ອງ. ໃນບາງໂອກາດ, ລູກຄ້າຖືກກຳນົດໃຫ້ສະໜອງຫຼັກຖານ ຫຼື ຂໍ້ມູນເພີ່ມເຕີມ, ເຊິ່ງເຮັດໃຫ້ທຸລະກຳຫຼ້າຊ້າ.  ນີ້ແມ່ນເງື່ອນໄຂທາງດ້ານກົດໝາຍສຳລັບທຸລະກຳທັງໝົດທີ່ດຳເນີນການໂດຍເວດສເທິນຢູນຽນ (ລວມທັງການໂອນທີ່ເກີດຂຶ້ນ ແລະ ສິ້ນສຸດລົງຢູ່ນອກສະຫະລັດອາເມລິກາ).

ຄ່າທຳນຽມໂອນ - ຂໍ້ມູນເປັນລາຍລັກອັກສອນ ທີ່ອະທິບາຍວິທີການທີ່ເວດສເທິນຢູນຽນຄິດໄລ່ລາຄາກັບຜູ້ສົ່ງໃນການໂອນເງິນ ຈະສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ສະຖານທີ່ຂອງຕົວແທນ ຫຼື ສະແດງໃຫ້ຜູ້ສົ່ງເຫັນກ່ອນການປະກອບໃບສັ່ງຈ່າຍໃຫ້ແລ້ວ.  ເວັ້ນແຕ່ກົດໝາຍທີ່ມີຜົນບັງຄັບໃຊ້ໃນປະເທດປາຍທາງ ກຳນົດໄວ້ເປັນຢ່າງອື່ນ, ຜູ້ສົ່ງຈະຮັບພາລະຄ່າທຳນຽມສຳລັບການໂອນເງິນທັງໝົດ.  ໃນບາງກໍລະນີ, ການຊຳລະການໂອນເງິນອາດຂຶ້ນຢູ່ກັບຄ່າອາກອນທ້ອງຖິ່ນ ແລະ ການເກັບຄ່າບໍລິການ.

ການແລກປ່ຽນເງິນຕາຕ່າງປະເທດ - ການຊຳລະການໂອນເງິນຕາມປົກກະຕິຈະເຮັດເປັນສະກຸນເງິນຂອງປະເທດປາຍທາງ (ໃນບາງປະເທດ ການຈ່າຍເງິນຈະສາມາດຈ່າຍໄດ້ເປັນເງິນໂດລາສະຫະລັດເທົ່ານັ້ນ ຫຼື ສະກຸນເງິນອື່ນທີ່ສະຫຼັບກັນ).  ນອກຈາກຄ່າທຳນຽມໂອນທີ່ເໝາະສົມສຳລັບການໂອນແຕ່ລະຄັ້ງ ແລະ ຖ້າວ່າສະກຸນເງິນທີ່ຜູ້ສົ່ງສະເໜີຕໍ່ຕົວແທນບໍ່ແມ່ນສະກຸນເງິນທີ່ໄດ້ຮັບໂດຍຜູ້ຮັບ, ທຸກສະກຸນເງິນຈະຖືກແລກປ່ຽນຕາມອັດຕາແລກປ່ຽນໃນປັດຈຸບັນຂອງເວດສເທິນຢູນຽນ.  ສະກຸນເງິນຈະຖືກປ່ຽນໃນເວລາຂອງການໂອນ ແລະ ຜູ້ຮັບຈະຮັບເອົາເງິນເປັນເງິນຕາຕ່າງປະເທດຕາມຈຳນວນທີ່ລະບຸໄວ້ໃນແບບຟອມການໂອນ.  ໃນບາງປະເທດ ລະບຽບການທ້ອງຖິ່ນກຳນົດໃຫ້ມີການປ່ຽນສະກຸນເງິນໃນເວລາທີ່ເງິນຖືກຈ່າຍໃຫ້ຜູ້ຮັບ, ເຊິ່ງເປັນກໍລະນີທີ່ອັດຕາເເລກປ່ຽນ ແລະ ຈຳນວນເງິນໃດໜຶ່ງທີ່ລະບຸໄວ້ໃນແບບຟອມການໂອນ ອາດຂຶ້ນຢູ່ກັບການເໜັງຕີງຂຶ້ນລົງຂອງອັດຕາແລກປ່ຽນ ລະຫວ່າງ ເວລາໂອນ ແລະ ເວລາທີ່ຜູ້ຮັບເກັບເອົາເງິນທຶນ.  ເວດສເທິນຢູນຽນຄິດໄລ່ອັດຕາການແລກປ່ຽນຂອງຕົນບົນພື້ນຖານຂອງອັດຕາລະຫວ່າງທະນາຄານທີ່ມີຢູ່ທາງດ້ານການຄ້າ ບວກກັບຜົນກຳໄລ.  ອັດຕາຂອງການແລກປ່ຽນ ສ່ວນໃຫຍ່ໄດ້ຮັບການປັບປຸງຫຼາຍເທື່ອ ໃນມື້ໜຶ່ງ ເພື່ອໃຫ້ສອດຄ່ອງກັບອັດຕາການປິດທີ່ກ່ຽວຂ້ອງຂອງຕະຫຼາດການເງິນໃນທົ່ວໂລກ. ອັດຕາແລກປ່ຽນທີ່ໃຊ້ອາດໄດ້ປຽບໜ້ອຍກວ່າອັດຕາແລກປ່ຽນທາງການຄ້າທີ່ຖືກລາຍງານຢ່າງເປີດເຜີຍທີ່ໃຊ້ທຸລະກຳລະຫວ່າງ ທະນາຄານ ແລະ ສະຖາບັນການເງິນອື່ນໆ. ຄວາມແຕກຕ່າງລະຫວ່າງອັດຕາແລກປ່ຽນເງິນຕາທີ່ມອບໃຫ້ແກ່ລູກຄ້າ ແລະ ອັດຕາແລກປ່ຽນເງິນຕາທີ່ເວດສເທິນຢູນຽນໄດ້ຮັບ ຈະຖືກຮັກສາໄວ້ໂດຍເວດສເທິນຢູນຽນ (ແລະ ໃນບາງກໍລະນີ, ຕົວແທນຂອງຕົນ) ນອກຈາກຄ່າທຳນຽມໂອນ.    ຂໍ້ມູນເພີ່ມເຕີມກ່ຽວກັບອັດຕາແລກປ່ຽນສໍາລັບບັນດາປະເທດປາຍທາງສະເພາະ ສາມາດໄດ້ມາໂດຍການໂທຫາເລກໝາຍຂ້າງລຸ່ມນີ້ ຫຼື ຕິດຕໍ່ຫາເວັບໄຊຕ໌ ຂອງພວກຂ້າພະ​ເຈົ້າ ທີ່ www.westernunion.com.

ການສົ່ງ ແລະ ການຮັບໃນບັນດາປະເທດທີ່ເຮັດການຊຳລະເປັນຫຼາຍສະກຸນເງິນພ້ອມກັນ: ຜູ້ສົ່ງຕ້ອງເລືອກເອົາສະກຸນເງິນຂອງການຈ່າຍໃນເວລາທີ່ທຸລະກຳການສົ່ງເງິນຖືກເຮັດຂຶ້ນ.  ຄ່າທຳນຽມໂອນ ແລະ ເງິນທີ່ເວດສເທິນຢູນຽນ (ຫຼື ຕົວແທນຂອງຕົນ, ຜູ້ໃຫ້ໂທລະສັບມືຖື ຫຼື ບັນຊີ) ເຮັດຂຶ້ນໃນເວລາທີ່ຕົນປ່ຽນເງິນທຶນເປັນສະກຸນເງິນຕາຕ່າງປະເທດ ອາດປ່ຽນແປງ ອີງຕາມສະກຸນເງິນໃນການຊຳລະທີ່ຖືກເລືອກເອົາ.  ໃນບາງປະເທດ ມີຄວາມເປັນໄປໄດ້ ທີ່ຈະຕັດສິນໃຈຮັບເອົາເງິນທຶນເປັນສະກຸນເງິນທີ່ແຕກຕ່າງຈາກສະກຸນເງິນທີ່ຜູ້ສົ່ງເລືອກເອົາ.  ເວດສເທິນຢູນຽນ (ຫຼື ຕົວແທນຂອງຕົນ, ຜູ້ໃຫ້ໂທລະສັບມືຖື ຫຼື ບັນຊີ) ອາດໄດ້ເງິນເພີ່ມເວລາທີ່ເງິນທຶນຂອງທ່ານໄດ້ຖືກຫັນປ່ຽນມາເປັນອັດຕາແລກປ່ຽນທີ່ຖືກເລືອກເອົາໂດຍຜູ້ຮັບ.

ການບໍລິການພິເສດ

ແຈ້ງການທາງໂທລະສັບ ເຖິງຜູ້ຮັບວ່າການໂອນເງິນທີ່ພ້ອມຈະຮັບໄດ້ຖືກສະເໜີໃຫ້ໃນເກືອບທຸກປະເທດ ສຳລັບຄ່າທຳນຽມເພີ່ມເຕີມ.  ການສົ່ງມອບໂດຍຄົນສົ່ງຈົດໝາຍ ຂອງ ແຊັກ ຫຼື ພັນທະບັດຂອງທະນາຄານ ໄປຍັງປາຍທາງທີ່ຖືກເລືອກສຳລັບຄ່າທຳນຽມເພີ່ມ ແມ່ນມີຢູ່ໃນບາງປະເທດ.  ຂໍ້ຄວາມເພີ່ມເຕີມອາດຖືກລວມເອົາສຳລັບຄ່າທຳນຽມເພີ່ມໃນການໂອນເງິນທີ່ສົ່ງໄປຍັງເກືອບທຸກປະເທດ.  

SMS – ຢູ່ບ່ອນທີ່ເໝາະສົມ, ເວດສເທິນຢູນຽນ ຈະສົ່ງແຈ້ງການທາງ SMS ໂດຍບໍ່ຕ້ອງຈ່າຍເງິນເພື່ອສະແດງໃຫ້ເຫັນວ່າທຸລະກຳໄດ້ຖືກຮັບເອົາໂດຍຜູ້ຮັບ (ສຳລັບຜູ້ສົ່ງ) ຫຼື ເງິນສົດດັ່ງກ່າວມີພ້ອມເພື່ອໃຫ້ເພື່ອການຮັບເອົາ (ສຳລັບຜູ້ຮັບ).   ຄ່າບໍລິການທີ່ໃຊ້ໂດຍຜູ້ສະໜອງການບໍລິການແມ່ນຄວາມຮັບຜິດຊອບແຕ່ພຽງຜູ້ດຽວຂອງຜູ້ສົ່ງ ຫຼື ຜູ້ຮັບ.  ຖ້າອະນຸຍາດໂດຍກົດໝາຍທີ່ມີຜົນບັງຄັບໃຊ້, SMS ຈະຖືກສົ່ງໄປຫາໝາຍເລກໂທລະສັບມືຖື ຂອງຜູ້ສົ່ງ ແລະ/ຫຼື ຜູ້ຮັບທີ່ໄດ້ສະໜອງໃຫ້.  ເວດສເທິນຢູນຽນຈະສົ່ງຂໍ້ຄວາມທາງ SMS ໄປຫາທາງເຂົ້າສຳລັບການສົ່ງມອບຂອງບຸກຄົນທີສາມ. ເວດສເທິນຢູນຽນ ບໍ່ຮັບຜິດຊອບຕໍ່ SMS ທີ່ບໍ່ຖືກສົ່ງມອບ ຫຼື ຄວາມຂັດຂ້ອງທາງດ້ານເຕັກນິກ ທີ່ເກີດຂຶ້ນຢູ່ນອກລະບົບຄວາມເປັນເຈົ້າຂອງຂອງຕົນ.

ການໂອນເຂົ້າບັນຊີ – ຢູ່ບ່ອນທີ່ເໝາະສົມ, ຜູ້ຮັບອາດກໍ່ໃຫ້ເກີດຄ່າທຳນຽມເພີ່ມເຕີມ ໃນການຮັບເອົາເງິນຂອງຜູ້ສົ່ງຜ່ານໂທລະສັບ ມືຖື ຫຼື ສົ່ງເຖິງທະນາຄານ ຫຼື ບັນຊີອື່ນໆ.  ການໂອນຕ້ອງສົ່ງໄປຫາ ບັນຊີທີ່ເປັນສະກຸນເງິນທ້ອງຖິ່ນ (ຜູ້ຮັບ), ຖ້າບໍ່ດັ່ງນັ້ນ ສະຖາບັນຮັບອາດຫັນປ່ຽນເງິນຕາມອັດຕາແລກປ່ຽນຂອງຕົນ ຫຼື ປະຕິເສດທຸລະກຳ.  ຂໍ້ຕົກລົງຂອງຜູ້ຮັບກ່ຽວກັບການບໍລິການໂທລະສັບມືຖືຂອງຕົນ, ກະເປົາເງິນ, ທະນາຄານ ຫຼື ຜູ້ໃຫ້ບັນຊີອື່ນ ຄຸ້ມຄອງບັນຊີ ແລະ ກຳນົດເອົາສິດ, ຄວາມຮັບຜິດຊອບ, ຄ່າທຳນຽມ, ຄວາມພ້ອມທາງດ້ານເງິນທຶນ ແລະ ຂໍ້ຈຳກັດທາງດ້ານບັນຊີຂອງເຂົາເຈົ້າ.  ໃນກໍລະນີທີ່ເລກບັນຊີທີ່ສະໜອງໃຫ້ (ລວມທັງໝາຍເລກໂທລະສັບມືຖື ສຳລັບບັນຊີເຄື່ອນທີ່) ບໍ່ເປັນຂອງຜູ້ຮັບທີ່ອອກຊື່, ການໂອນຈະຖືກໃສ່ໄວ້ໃນບັນຊີລາຍຮັບຂອງເລກທີບັນຊີທີ່ຜູ້ສົ່ງສະໜອງໃຫ້.  ເວດສເທິນຢູນຽນ ອາດຫາເງິນໄດ້ຈາກຄ່າທຳນຽມທີ່ກ່ຽວພັນກັບການໃຊ້ບັນຊີ.  ເວດສເທິນຢູນຽນບໍ່ຮັບເອົາຄວາມຮັບຜິດຊອບໃດໆຕໍ່ຜູ້ສົ່ງ ຫຼື ຕໍ່ຜູ້ຖືບັນຊີໃດໜຶ່ງ ສຳລັບຄ່າທຳນຽມ, ອັດຕາແລກປ່ຽນທີ່ຖືກນຳໃຊ້ສຳລັບການຫັນປ່ຽນເປັນສະກຸນເງິນທີ່ບໍ່ແມ່ນຂອງທ້ອງຖິ່ນ, ການກະທຳ ຫຼື ການລະເລີຍ ຂອງຜູ້ສະໜອງການບໍລິການທາງດ້ານການເງິນ ປາຍທາງ ຫຼື ທີ່ເປັນສື່ກາງ.   

ການສົ່ງເງິນຄືນ - ເວດສະທິນຢູນຽນ ຈະສົ່ງຄືນຈຳນວນເງິນຕົ້ນທຶນຂອງການໂອນເງິນ (ດ້ວຍອັດຕາແລກປ່ຽນທີ່ເໝາະສົມ ທີ່ລະບຸໄວ້ໃນເອກະສານສະບັບນີ້ ເຊິ່ງມີຜົນບັງຄັບໃຊ້ໃນເວລາທີ່ການສົ່ງເງິນຄືນຖືກເຮັດຂຶ້ນ) ຕາມຄຳຮ້ອງຂໍເປັນລາຍລັກອັກສອນຂອງຜູ້ສົ່ງ ຖ້າວ່າການຈ່າຍເງິນໃຫ້ຜູ້ຮັບບໍ່ຖືກເຮັດຂຶ້ນ ຫຼື ຖືກໃສ່ໄວ້ໃນບັນຊີລາຍຮັບພາຍໃນ 45 ວັນ.  ການສົ່ງຄືນຄ່າທຳນຽມໂອນ ແມ່ນເຮັດຂຶ້ນຕາມຄຳຮ້ອງຂໍເປັນລາຍລັກອັກສອນຂອງຜູ້ສົ່ງ ຖ້າວ່າການໂອນເງິນຫາກບໍ່ພ້ອມສຳລັບຜູ້ຮັບພາຍໃນເວລາທີ່ກຳນົດໄວ້ ສຳລັບການບໍລິການທີ່ຖືກເລືອກ, ໂດຍຂຶ້ນຢູ່ກັບຊົ່ວໂມງເຮັດວຽກທາງການ ແລະ ຄວາມພ້ອມຂອງເງິນທຶນຢູ່ທີ່ນັ້ນ, ສະຖານທີ່ຄັດເລືອກສຳລັບການຈ່າຍເງິນ ແລະ ເງື່ອນໄຂອື່ນໆ, ລວມທັງ ບໍ່ມີຂໍ້ຈຳກັດ, ເງື່ອນໄຂທີ່ຢູ່ເໜືອຄວາມສາມາດຄວບຄຸມຂອງເວດສເທິນຢູນຽນ ຫຼື ຕົວແທນຂອງຕົນ, ເຊັ່ນ ສະພາບອາກາດຮຸນແຮງ ຫຼື ການຕິດຂັດຂອງລະບົບໂທລະຄົມມະນາຄົມ.  ຄ່າທຳນຽມການໂອນບໍ່ສາມາດສົ່ງຄືນໄດ້ ຖ້າວ່າການໂອນຫາກຖືກຢຸດຕາມຄຳຮ້ອງຂໍຂອງຜູ້ສົ່ງ.  ການຈ່າຍເງິນສຳລັບການໂອນເງິນໃນບາງຄັ້ງ ອາດຖືກຫຼ້າຊ້າອັນເປັນຜົນມາຈາກການບັງຄັບໃຊ້ກົດໝາຍຂອງສະຫະລັດອາເມລິກາ ຫຼື ກົດໝາຍທີ່ເໝາະສົມອື່ນໆ.  ຕາມຂອບເຂດທີ່ອະນຸຍາດໂດຍກົດໝາຍ, ເວດສເທິນຢູນຽນອາດຫັກຄ່າບໍລິຫານຈາກການໂອນເງິນທີ່ບໍ່ຖືກຮັບເອົາພາຍໃນໜຶ່ງປີຂອງວັນທີສົ່ງ.  

ຄວາມຮັບຜິດຊອບ - ເວດສເທິນຢູນຽນບໍ່ຮັບປະກັນການສົ່ງມອບ ຫຼື ຄວາມເໝາະສົມຂອງສິນຄ້າ ຫຼື ການບໍລິການໃດໜຶ່ງທີ່ຖືກຈ່າຍໂດຍວິທີການໂອນເງິນຂອງເວດສເທິນຢູນຽນ. ຂໍ້ມູນທຸລະກຳຂອງຜູ້ສົ່ງຖືກຮັກສາໄວ້ເປັນຄວາມລັບຂອງຜູ້ກ່ຽວ ແລະ ບໍ່ຄວນ ແບ່ງປັນໃຫ້ບຸກຄົນອື່ນໃດໜຶ່ງ ນອກຈາກຜູ້ຮັບຂອງຜູ້ກ່ຽວ.  ຜູ້ສົ່ງໄດ້ຮັບການຕັກເຕືອນຕໍ່ກັບການສົ່ງເງິນໄປໃຫ້ບຸກຄົນໃດໜຶ່ງທີ່ຕົນບໍ່ຮູ້ຈັກ.  ບໍ່ວ່າໃນກໍລະນີໃດໆ ເວດສເທິນຢູນຽນ ຫຼື ຕົວແທນໃດໜຶ່ງຂອງຕົນ ຈະບໍ່ຮັບຜິດຊອບຖ້າຜູ້ສົ່ງສື່ສານຂໍ້ມູນທາງທຸລະກຳໄປຫາບຸກຄົນອື່ນໃດໜຶ່ງນອກຈາກຜູ້ຮັບຂອງຜູ້ກ່ຽວ.  ບໍ່ວ່າໃນກໍລະນີໃດໆ ເວດສເທິນຢູນຽນ ຫຼື ຕົວແທນໃດໜຶ່ງຂອງຕົນ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ ສຳລັບຄວາມຫຼ້າຊ້າ, ການບໍ່ຊຳລະ ຫຼື ການຈ່າຍຕໍ່າກວ່າມູນຄ່າຂອງການໂອນເງິນນີ້ ຫຼື ບໍ່ມີການສົ່ງມອບ ຂອງຂໍ້ຄວາມເພີ່ມເຕີມໃດໆ, ບໍ່ວ່າຈະເປັນສາເຫດມາຈາກຄວາມປະໝາດໃນສ່ວນຂອງລູກຈ້າງ ຫຼື ຕົວແທນຂອງຕົນ ຫຼື ຢ່າງອື່ນ, ທີ່ຢູ່ເໜືອຈຳນວນເງິນທີ່ເທົ່າກັບ 500 ໂດລາສະຫະລັດ (ສົມທົບໃສ່ການສົ່ງຄືນຈຳນວນເງິນຕົ້ນຂອງການໂອນເງິນ ແລະ ຄ່າທຳນຽມໂອນ).  ບໍ່ວ່າໃນກໍລະນີໃດໆ ເວດສເທິນຢູນຽນ ຫຼື ຕົວແທນຂອງຕົນຈະບໍ່ຮັບຜິດຊອບຕໍ່ ຄວາມເສຍຫາຍ ໂດຍກົງ, ສະເພາະ, ທີ່ເກີດຂຶ້ນໂດຍບັງເອີນ, ຫຼື ທີ່ເປັນຜົນຈາກສິ່ງໃດໜຶ່ງ. ຄຳປະຕິເສດດັ່ງທີ່ໄດ້ກ່າວມາແລ້ວ ຈະບໍ່ຈຳກັດຄວາມຮັບຜິດຊອບຂອງເວດສເທິນຢູນຽນ ຫຼື ຕົວແທນຂອງຕົນ ຕໍ່ຄວາມເສຍຫາຍ ອັນເປັນຜົນມາຈາກຄວາມປະໝາດຢ່າງຮ້າຍແຮງຂອງເວດສເທິນຢູນຽນ ຫຼື ຕົວແທນຂອງຕົນ ຫຼື ການປະພຶດຜິດໂດຍເຈດຕະນາໃນຂອບເຂດຂອງອຳນາດເຫຼົ່ານັ້ນ ບ່ອນທີ່ຂໍ້ຈຳກັດຂອງຄວາມຮັບຜິດຊອບດັ່ງກ່າວຖືກຍົກເລີກ.  

ໃນເມື່ອຕົວແທນໜຶ່ງຮັບເອົາໃບແລກເງິນເປັນແຊັກ, ບັດເຄຼດິດ ຫຼື ບັດໜີ້ສິນ ຫຼື ການຈ່າຍທີ່ບໍ່ຢູ່ໃນຮູບແບບເງິນສົດ, ບໍ່ວ່າ ເວດສເທິນຢູນຽນ ຫຼື ຕົວແທນ ຮັບເອົາພັນທະໃດໜຶືຶ່ງເພື່ອດຳເນີນການ ຫຼື ຈ່າຍການໂອນເງິນຖ້າວ່າຮູບແບບການຈ່າຍບໍ່ສາມາດສະສົມໄດ້, ຫຼື ເຂົາເຈົ້າບໍ່ຮັບເອົາຄວາມຮັບຜິດຊອບໃດໜຶ່ງສໍາລັບຄວາມເສຍຫາຍທີ່ສົ່ງຜົນມາຈາກການບໍ່ຈ່າຍເງິນ ຂອງການໂອນເງິນ ດ້ວຍເຫດຜົນຂອງຄວາມບໍ່ສາມາດຮັບເອົາ ດັ່ງກ່າວ. ເວດສເທິນຢູນຽນ ສະຫງວນສິດໃນການປ່ຽນແປງ ຂໍ້ກຳນົດ ແລະ ເງື່ອນໄຂ ຫຼື ການບໍລິການທີ່ສະເໜີໃຫ້ໂດຍບໍ່ມີແຈ້ງການ.  ເວດສເທິນຢູນຽນ ແລະ ຕົວແທນຂອງຕົນ ອາດປະຕິເສດທີ່ຈະໃຫ້ການບໍລິການຕໍ່ບຸກຄົນໃດໜຶ່ງ.

ການປົກປ້ອງຂໍ້ມູນ – ຂໍ້ມູນສ່ວນຕົວຂອງທ່ານຖືກດຳເນີນການພາຍໃຕ້ກົດໝາຍທີ່ມີຜົນບັງຄັບໃຊ້ ແລະ ຖືກຄວບຄຸມໂດຍເວດສເທິນຢູນຽນ.  ພວກຂ້າພະເຈົ້າໃຊ້ຂໍ້ມູນສ່ວນຕົວທີ່ທ່ານສະໜອງໃຫ້ແກ່ພວກຂ້າພະເຈົ້າໃນເວລາທີ່ນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງພວກຂ້າພະເຈົ້າ, ກໍ່ຄືຂໍ້ມູນອື່ນໆທີ່ຖືກເກັບກຳ ຫຼື ຖືກສ້າງຂຶ້ນໃນລະຫວ່າງທີ່ພວກຂ້າພະເຈົ້າມີການພົວພັນກັບທ່ານ.   ນີ້ລວມທັງຂໍ້ມູນຈາກການບໍລິການອື່ນໆ ເຊັ່ນການໂອນເງິນ, ການຈ່າຍຕາມໃບບິນ, ລາຍລະອຽດກ່ຽວກັບຄວາມຊື່ສັດ ຫຼື ແຜນງານການເປັນສະມາຊິກ, ການນຳໃຊ້ທີ່ຜ່ານມາຂອງປະຫວັດການບໍລິການຂອງພວກຂ້າພະເຈົ້າ, ແລະ ທາງເລືອກດ້ານການຕະຫຼາດ.  ຂໍ້ມູນນີ້ຖືກນຳໃຊ້ເພື່ອສະໜອງທ່ານດ້ວຍການບໍລິການທີ່ທ່ານຮ້ອງຂໍ ແລະ ສຳລັບບັນດາກິດຈະກຳ ເຊັ່ນ ການບໍລິຫານ, ການບໍລິການລູກຄ້າ, ການຕ້ານການຟອກເງິນ, ຄວາມສອດຄ່ອງ ແລະ ໜ້າທີ່ທາງດ້ານກົດໝາຍ, ເພື່ອຢືນຢັນລາຍລະອຽດຂອງທ່ານ, ເພື່ອຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈລູກຄ້າດ້ວຍການດຳເນີນການວິເຄາະ ແລະ ຄົ້ນຄວ້າກ່ຽວກັບຂໍ້ມູນທີ່ພວກເຮົາມີ, ເພື່ອຊ່ວຍປ້ອງກັນ ແລະ ສືບຫາ ພຶດຕິການທີ່ຫຼອກລວງ, ໜີ້ສິນ ແລະ ການລັກ, ເພື່ອຊ່ວຍໃຫ້ພວກຂ້າພະເຈົ້າປັບປຸງຜະລິດຕະພັນ, ການບໍລິການ ແລະ ການດຳເນີນງານ, ແລະ ຂຶ້ນຢູ່ກັບທາງເລືອກຂອງພວກທ່ານ, ສົ່ງການຕິດຕໍ່ສື່ສານທາງການຄ້າໃຫ້ພວກທ່ານທາງ ອີເມລ, ໂທລະສັບ, ໄປສະນີ, ການສົ່ງຂໍ້ຄວາມ ແລະ ໂດຍວິທີທາງທີ່ກ່ຽວຂ້ອງອື່ນໆ.

ເວດສເທິນຢູນຽນ ອາດນໍາໃຊ້, ເກັບກຳມາຈາກ ແລະ ແບ່ງປັນກັບທຸລະກິດອື່ນໆທີ່ເຮັດວຽກຮ່ວມກັບພວກຂ້າພະເຈົ້າ, ຂໍ້ມູນຈາກຜະລິດຕະພັນ ແລະ ການບໍລິການອື່ນໆ ແລະ ຄວາມສະດວກ ແລະ/ຫຼື ແຜນງານໃຫ້ລາງວັນ, ທີ່ທ່ານໄດ້ຈົດທະບຽນໄວ້.  ຂໍ້ມູນນີ້ອາດຖືກນຳໃຊ້ສຳລັບຈຸດປະສົງອື່ນໃນໝວດນີ້້.  ພວກຂ້າພະເຈົ້າຈະຮັກສາ ແລະ ສະຫງວນໄວ້ຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ພວກຂ້າພະເຈົ້າ ກ່ຽວກັບບຸກຄົນອື່ນ ລວມທັງລາຍລະອຽດຂອງຜູ້ຮັບເອົາການບໍລິການຂອງພວກຂ້າພະເຈົ້າ ເພື່ອດຳເນີນທຸລະກຳ.  ກ່ອນທີ່ຈະສະໜອງຂໍ້ມູນນີ້ ທ່ານຈຳເປັນຕ້ອງໄດ້ແຈ້ງໃຫ້ຊາບ ແລະ ຮັກສາໄວ້ໃຫ້ປອດໄພ ການອະນຸຍາດຈາກບຸກຄົນອື່ນກ່ຽວກັບການນຳໃຊ້ຂໍ້ມູນນີ້ຕາມທີ່ລະບຸໄວ້ໃນໝວດນີ້້.  ການສະໜອງຂໍ້ມູນນີ້ ເປັນຂໍ້ມູນທາງເລືອກ, ແຕ່ຕ້ອງໄດ້ລົງນາມໃນທຸລະກຳແລະສະໜອງການບໍລິການເຫຼົ່ານີ້ ໃຫ້ແກ່ທ່ານ.  ຖ້າບໍ່ມີຂໍ້ມູນນີ້, ເວດສເທິນຢູນຽນກໍ່ບໍ່ສາມາດດຳເນີນການບໍລິການໂອນເງິນ ຫຼື ຈ່າຍເງິນ, ອໍານວຍຄວາມສະດວກໃຫ້ບັນດາກິດຈະກໍາ ຫຼື ການບໍລິການທີ່ຖືກຮ້ອງຂໍອື່ນໆ.

ພວກຂ້າພະເຈົ້າອາດສະໜອງຂໍ້ມູນທີ່ພວກຂ້າພະເຈົ້າຮັກສາໄວ້ ໃຫ້ແກ່ຄູ່ສັນຍາທີ່ມີທີ່ຕັ້ງຢູ່ໃນບັນດາປະເທດ ນອກຈາກປະເທດທີ່ຂໍ້ມູນຖືກເກັບກຳ ຫຼື ສ້າງຂຶ້ນແຕ່ເດີມ, ລວມທັງ ໃຫ້ແກ່ບັນດາສະມາຊິກໃນເຄືອຢູ່ໃນສະຫະລັດອາເມລິກາ, ສຳລັບຈຸດປະສົງທີ່ລະບຸໄວ້ໃນພາກນີ້.  ປະເພດຂອງຂໍ້ມູນທີ່ຖືກໂອນ ລວມທັງຂໍ້ມູນທີ່ພິສູດໄດ້ວ່າເປັນການສ່ວນຕົວ, ລາຍລະອຽດກ່ຽວກັບການຕິດຕໍ່ພົວພັນ ແລະ ຂໍ້ມູນ ກ່ຽວກັບການໂອນເງິນ, ປະຫວັດຂອງທຸລະກຳ ແລະ ຂໍ້ມູນອື່ນໆໃດໜຶ່ງ ທີ່ທ່ານສະໜອງໃຫ້.  ພວກຂ້າພະເຈົ້າຍັງສະໜອງຂໍ້ມູນໃຫ້ແກ່ອົງການຈັດຕັ້ງອື່ນ ແລະ ຜູ້ສະໜອງການບໍລິການທີ່ໄດ້ຮັບອະນຸຍາດ, ລວມທັງ ຜູ້ທີ່ໃຫ້ການຊ່ວຍເຫຼືອແກ່ພວກຂ້າພະເຈົ້າໃນການດຳເນີນທຸລະກິດ, ຖ້າມີຄວາມຈຳເປັນທີ່ສົມເຫດສົມຜົນເພື່ອກະທຳການດັ່ງກ່າວ, ເພື່ອດຳເນີນການຕໍ່ໃຫ້ສໍາເລັດ ຫຼື ຊ່ວຍໃນການໂອນເງິນ, ການບໍລິການໃນອະນາຄົດ, ຫຼື ສຳລັບເຫດຜົນ ຫຼື ການນຳໃຊ້ໃດໜຶ່ງທີ່ລະບຸໄວ້ໃນໝວດນີ້.  ພວກຂ້າພະເຈົ້າອາດເພີ່ມໃສ່ຂໍ້ມູນທີ່ທ່ານສະໜອງໃຫ້ດ້ວຍຂໍ້ມູນຈາກບັນດາທຸລະກິດ ຫຼື ບຸກຄົນອື່ນ, ລວມທັງຂໍ້ມູນເພື່ອຢືນຢັນຄວາມຖືກຕ້ອງຂອງຂໍ້ມູນທີ່ທ່ານສະໜອງໃຫ້ພວກຂ້າພະເຈົ້າ.  ເວດສເທິນຢູນຽນ ແລະ ບັນດາສະມາຊິກໃນເຄືອໃນທົ່ວໂລກອາດເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ, ລວມທັງ ບໍ່ມີຂໍ້ຈຳກັດໃນຊື່ຂອງທ່ານ, ເລກປະຈຳຕົວຂອງລູກຄ້າ, ທີ່ຢູ່ ແລະ ຂໍ້ມູນກ່ຽວກັບບັນຊີເງິນຝາກທະນາຄານ, (i) ຖ້າວ່າພວກຂ້າພະເຈົ້າຖືກກຳນົດໃຫ້ກະທຳການດັ່ງກ່າວ ໂດຍກົດໝາຍພາຍໃນປະເທດ ຫຼື ກົດໝາຍ ຕ່າງປະເທດ ຫຼື ຂັ້ນຕອນທາງກົດໝາຍ ຫຼື (ii) ຕໍ່ກັບອົງການບັງຄັບປະຕິບັດກົດໝາຍ ຫຼື ເຈົ້າໜ້າທີ່ລັດອື່ນໆ (ລວມທັງ ບັນດາອົງການຢູ່ໃນປະເທດນີ້, ໃນສະຫະລັດອາເມລິກາ ຫຼື ຢູ່ບ່ອນອື່ນ) ສໍາລັບຈຸດປະສົງອື່ນໆ ເຊັ່ນ ການສືບຫາ, ການສືບສວນ, ການດຳເນີນຄະດີ ແລະ ການປ້ອງກັນອາດຊະຍາກຳ, ລວມທັງການຟອກເງິນ ແລະ ການເຄື່ອນໄຫວທີ່ເປັນຄວາມຜິດທາງອາຍາທີ່ກ່ຽວຂ້ອງ ແລະ ຜູ້ຮັບອາດເປີດເຜີຍຂໍ້ມູນເພີ່ມເຕີມສຳລັບຈຸດປະສົງເຫຼົ່ານີ້ ແລະ ຈຸດປະສົງທີ່ກ່ຽວຂ້ອງອື່ນໆ.

ທ່ານມີສິດຂໍເບິ່ງຂໍ້ມູນ ແລະ ເອົາສຳເນົາຂອງຂໍ້ມູນຂອງທ່ານນຳພວກຂ້າພະເຈົ້າ, ເຊິ່ງພວກຂ້າພະເຈົ້າອາດເກັບເອົາຄ່າທຳນຽມເລັກນ້ອຍ.  ທ່ານຍັງສາມາດກວດແກ້, ລຶບອອກ ຫຼື ຈຳກັດການນຳໃຊ້ຂໍ້ມູນຂອງພວກຂ້າພະເຈົ້າ ທີ່ບໍ່ສົມບູນ, ບໍ່ຖືກຕ້ອງ ຫຼື ບໍ່ທັນສະພາບ. ທ່ານອາດຄັດຄ້ານໃນເວລາໃດໜຶ່ງ ກ່ຽວກັບເຫດຜົນທີ່ຖືກຕ້ອງຕາມກົດໝາຍໃນການນຳໃຊ້ຂໍ້ມູນຂອງທ່ານ, ໃນຂະນະທີ່ການດຳເນີນການບໍ່ມີຄວາມຈຳເປັນຕ້ອງເຮັດສຳເລັດການບໍລິການ ຫຼື ຖືກກຳນົດໂດຍກົດໝາຍ ຫຼື ລະບຽບການ.  ຖ້າທ່ານປະສົງຈະປະຕິບັດສິດເຫຼົ່ານີ້ ຫຼື ບໍ່ປະສົງຈະຮັບເອົາການຕິດຕໍ່ພົວພັນທາງການຄ້າ ຈາກເວດສເທິນຢູນຽນອີກຕໍ່ໄປ, ກະລຸນາ ໂທຫາ ເວດສເທິນຢູນຽນໃນໂມງເຮັດວຽກຕາມປົກກະຕິ ໂດຍໃຊ້ໝາຍເລກຂ້າງລຸ່ມນີ້.

ສັນຍາ ແລະ ການພົວພັນກັບລູກຄ້າ – ສັນຍາຂອງພວກຂ້າພະເຈົ້າແມ່ນຢູ່ນຳຜູ້ສົ່ງ. ພວກຂ້າພະເຈົ້າບໍ່ມີພັນທະຕໍ່ຝ່າຍອື່ນໃດໜຶ່ງ, ເຊັ່ນຝ່າຍທີ່ຜູ້ສົ່ງສົ່ງເງິນໃນນາມຂອງຕົນ.  ຖ້າທ່ານບໍ່ເພິ່ງພໍໃຈຕໍ່ການບໍລິການ ທ່ານຄວນຈະໂທລະສັບຫາໝາຍເລກຂ້າງລຸ່ມນີ້.  ຜູ້ຕາງໜ້າຈະກວດສອບເບິ່ງຄວາມກັງວົນຂອງທ່ານຢ່າງຍຸຕິທຳ ແລະ ວ່ອງໄວ.  

ການບໍລິການໂອນເງິນຂອງເວດສເທິນຢູນຽນ ແມ່ນຕອບສະໜອງໃຫ້ໂດຍ Western Union Financial Services, Inc., ເຊິ່ງແມ່ນບໍລິສັດຂອງສະຫະລັດອາເມລິກາ (ສຳລັບທຸລະກຳການບໍລິການທາງການຄ້າ) ແລະ ເວສເທິນຢູນຽນ ອິນເຕີເນຊັນແນລ ລີມິເຕດ (Western Union International Limited), ບໍລິສັດຂອງປະເທດ Irish (ສຳລັບການໂອນເງິນ), ຜ່ານເຄືອຂ່າຍຂອງຕົວແທນ ແລະ ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດ.

ລິຂະສິດ 2005-2017 WESTERN UNION HOLDINGS, INC. ສິດທັງໝົດຖືກສະຫງວນໄວ້.

ປັບປຸງໃນເດືອນພຶດສະພາ 2017